ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງທັບ​ອາກາດ​ບຣູ​ໄນ ​ໄດ້​ຮັບ​ເຄື່ອງບິນ​ ລຳລຽງ​ລຸ້ນ C295 MW

     ສຳນັກ​ຂ່າວ​ເຈນ​ລາຍ​ງານ​ໃນ ​ວັນ​ທີ 25 ມັງກອນ ໂດຍ​ອ້າງ​ຈາກ​ແຫຼ່ງ​ຂ່າວ​ຂອງ​ກອງທັບ​ບຣູ​ໄນ ​ໃຫ້​ຮູ້​ວ່າ: ກອງທັບ​ອາກາດ​ບຣູ​ໄນ
ໄດ້​ຮັບ​ເຄື່ອງບິນ​ລຳລຽງ​ລຸ້ນ C295 MW ຈຳນວນ 2 ລຳ​ທຳ​ອິດ​ຈາກ 4 ລຳ ທີ່​ກອງທັບ​ບຣູ​ໄນ ໄດ້​ຕົກລົງ​ສັ່ງ​ຊື້​ກ່ອນ​ໜ້າ​ນີ້​ຈາກ​ບໍລິສັດ
Airbus Defence and Space SAU.

     ເຄື່ອງບິນ​ລຳລຽງ​ລຸ້ນ C295 MW ໄດ້​ນຳ​ສົ່ງ​ມາ​ເຖິງ​ສູນ​ກາງ​ການເຄື່ອນໄຫວ​ທາງ​ອາກາດ ​ຂອງ​ກອງທັບ​ບຣູ​ໄນ ​ໃນ​ວັນ​ທີ 24 ມັງ
ກອນ 2024. ກອງທັບ​ບຣູ​ໄນ ໄດ້​ລົງ​ນາມ​ສັນຍາ​ສັ່ງຊື້​ກັບ​ບໍ​ລິ​ລັດ Airbus Defence and Space SAU ທີ່​ມີ​ສາຍ​ການ​ຜະລິດ
ຫຼື ໂຮງງານ​ຕັ້ງ​ຢູ່​ປະເທດ​ແອັດ​ສະ​ປາຍ. ສຳລັບ​ສັນຍາແມ່ນ​ໄດ້​ເຊັນ​ກັນຕັ້ງແຕ່ ​ວັນ​ທີ 2 ທັນວາ 2022 ເປັນຕົ້ນ​ມາ. ຕາມ​ແຜນການ​ຂອງ
​ກອງທັບ ​ບຣູ​ໄນ​ ຈະ​ຊື້​ເຄື່ອງບິນ​ລຸ້ນ​ດັ່ງກ່າວ​ມາ​ທົດ​ແທນ​ເຄື່ອງບິນ​ລຳລຽງ​ລຸ້ນ​ເກົ່າ​ເຊັ່ນ: Airbus CN235-110M ທີ່​ປະຈຳການ​ຢູ່​ໃນ
​ກອງທັບ​ຕົນ​ມາ​ເປັນ​ເວລາ​ຫຼາຍ​ປີ. ເຄື່ອງບິນ​ລຳລຽງ​ລຸ້ນ C295 MW ທາງ​ກອງທັບ​ບຣູ​ໄນ​ ຈະ​ໃຊ້​ເຂົ້າ​ໃນ​ພາລະກິດ​ລຳລຽງ​ອາວຸດ​ຍຸດ​
ໂທ​ປະກອນ, ໃຊ້​ເຂົ້າ​ການ​ເຄື່ອນ​ຍ້າຍ​ກຳລັງ​ພົນ, ພ້ອມ​ທັງ​ປະຕິບັດ​ການ​ຕ່າງໆ​ທາງ​ອາກາດ ​ໃນ​ປະເທດ ແລະ ພາກ​ພື້ນ​ ປະເທດ​ຕ່າງໆ.

     ນອກ​ນັ້ນ​ຍັງ​ຈະ​ໃຊ້​ເຂົ້າ​ໃນ​ພາລະກິດ​ຊ່ວຍເຫຼືອ​ດ້ານ​ມະນຸດສະທຳ, ປະຕິບັດ​ການ​ບັນເທົາ​ໄພພິບັດ, ການ​ສົ່ງເຄື່ອງ​ອຸປະກອນ​ການ​
ແພດ, ການ​ປະຕິບັດ​ການ​ກູ້​ໄພ​ອຶ່ນໆທີ່​ກ່ຽວຂ້ອງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/01/2024